ສາຍການບິນຍຸກໃໝ່ Vietjetໄດ້ປະສົບຜົນສໍາເລັດຢ່າງໃຫຍ່ຫຼວງ  ໃນງານສິງກະໂປ Airshow 2024

ສາຍການບິນຍຸກໃໝ່ Vietjetໄດ້ປະສົບຜົນສໍາເລັດຢ່າງໃຫຍ່ຫຼວງ  ໃນງານສິງກະໂປ Airshow 2024
ໃນວັນທີ 23 ກຸມພາ ຜ່ານມາ, ສາຍການບິນຍຸກໃໝ່ Vietjetໄດ້ປະສົບຜົນສໍາເລັດຢ່າງໃຫຍ່ຫຼວງ ໃນງານສິງກະໂປ Airshow 2024. ບໍລິສັດໄດ້ປະກາດຂໍ້ຕົກລົງໃຫຍ່ກັບຜູ້ນໍາອຸດສາຫະກໍາ Airbus, Rolls-Royce, RTX's Pratt & Whitney ແລະ Safran ອອກແບບເພື່ອເສີມຂະຫຍາຍ, ສ້າງຄວາມເຂັ້ມແຂງ ແລະ ສະໜັບສະໜູນການຂະຫຍາຍຕາໜ່າງການບິນ ແລະ ການບິນໃນອະນາຄົດ ເພື່ອທີ່ຈະສະແດງໃຫ້ເຫັນຄວາມມຸ່ງໝັ້ນດ້ານຄວາມປອດໄພ, ການມີປະສິດທິພາບ ແລະ ຄວາມຍືນຍົງ.
1.    ສາຍການບິນ Vietjetແລະ Airbus ປະກາດສັ່ງຈອງເຮືອບິນ Widebody A330neo 20 ລຳVietjetແລະ Airbus ໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈ ສໍາລັບການຊື້ເຮືອບິນ A330neo (A330-900) widebodies 20 ລຳຊຶ່ງເປັນໜຶ່ງໃນບັນດາຂໍ້ຕົກລົງທີ່ສຳຄັນທີ່ສຸດໃນງານ ສິງກະໂປ Airshow 2024. ການລົງທຶນຄັ້ງນີ້ເປັນເຮືອບິນຂະໜາດໃຫຍ່ທີ່ສຸດຂອງ Vietjetຈົນເຖິງປັດຈຸບັນຊຶ່ງໄດ້ເນັ້ນເຖິງຄວາມມຸ່ງໝັ້ນ ຂອງສາຍການບິນໃນການຂະຫຍາຍຕາໜ່າງການບິນ ແລະ ການຫັນຄວາມເປັນທັນສະໄໝຂອງເຮືອບິນ.ເຮືອບິນດັ່ງກ່າວຈະດໍາເນີນການຢູ່ໃນການຂະຫຍາຍຕາໜ່າງການບິນໄລຍະຍາວຂອງຜູ້ໃຫ້ບໍລິການ, ຕະຫຼອດ ຈົນເຖິງການບໍລິການລະດັບພາກພື້ນທີ່ມີຄວາມສາມາດສູງ. ພວກເຂົາຈະເອົາ A330neo ມາແທນທີ່ເຮືອບິນ A330-300s ທີ່ເຊົ່າໃນປັດຈຸບັນ. ເຮືອບິນ A330neo ອອກແບບໃຫ້ມີປະສິດທິພາບເພື່ອສອດຄ່ອງກັບຍຸດທະສາດການພັດທະນາແບບຍືນຍົງ ແລະ ເປົ້າໝາຍ ESG ຂອງ Vietjet, ໂດຍຕັ້ງເປົ້າໝາຍທີ່ຈະຫຼຸດຜ່ອນການປ່ອຍມົນລະພິດໃຫ້ເປັນສູນພາຍໃນປີ 2050. ໃນເຮືອບິນ A330neo ລຸ້ນໃໝ່ ສາຍການບິນ Vietjetຫວັງວ່າຈະສະໜອງຖ້ຽວບິນໃຫ້ຜູ້ໂດຍສານໃນໄລຍະຍາວ ແລະ ບໍລິການ ເຮຶອບິນທີ່ມີປະສິດທິພາບ ພ້ອມກັບການບໍລິການທີ່ໂດດເດັ່ນໃນລາຄາທີ່ຖືກ.
ເຮືອບິນ A330neo ໄດ້ນຳສະເໜີຫ້ອງໂດຍສານ Airspace ທີ່ໄດ້ຮັບລາງວັນ, ພ້ອມຮັບປະກັນປະສົບການ ການເດີນທາງທີ່ສະດວກສະບາຍດ້ວຍພື້ນທີ່ທີ່ກວ້າງຂຶ້ນ ແລະ ມີສິ່ງອໍານວຍຄວາມສະດວກທີ່ທັນສະໄໝ. ເຮຶອບິນ A330neo ຂັບເຄື່ອນດ້ວຍເຄື່ອງຈັກ Rolls-Royce Trent 7000, ທີ່ສາມາດບິນບໍ່ຢຸດໄດ້ດ້ວຍຄວາມໄວ 7,200 nm/13,300 ກິໂລແມັດ.
2.    ສາຍການບິນ Vietjetເລືອກເຄື່ອງຈັກ Trent 7000 ຂອງ Rolls-Royce ມາຂັບເຄື່ອນດ້ວຍ A330neo 20 ລຳ.Vietjetແລະ Rolls-Royce ປະກາດເຖິງຄວາມມຸ່ງໝັ້ນໃນການຈັດຊື້ເຮືອບິນ A330neo 20 ລຳ ທີ່ຂັບເຄື່ອນດ້ວຍເຄື່ອງຈັກ Trent 7000. ການເພີ່ມເຮຶອບິນນີ້ຈະເປັນການເສີມສ້າງເຮືອບິນ Widebody ຂອງ ເຮືອບິນ A330ceo 7 ລຳ ທີ່ຂັບເຄື່ອນດ້ວຍເຄື່ອງຈັກ Trent 700.ເຄື່ອງຈັກ Trent 7000 ທີ່ມາພ້ອມແນວຄິດດ້ານຄວາມຍືນຍົງ ສາມາດປະຢັດນໍ້າມັນເຊື້ອໄຟໄດ້ເຖິງ 14% ຕໍ່ບ່ອນນັ່ງ ພ້ອມທັງຫຼຸດຜ່ອນການປ່ອຍມົນລະພິດຢ່າງຫຼວງຫຼາຍ. ການຫຼຸດຜ່ອນການປ່ອຍມົນລະພິດນີ້ຈະຊ່ວຍໃຫ້ Vietjetຫຼຸດປະລິມານກາສກາກໂບນິກ (CO2) ໄດ້ຫຼາຍກວ່າ 100.000 ໂຕນຕໍ່ເຮືອບິນ ຕະຫຼອດອາຍຸການໃຊ້ງານ. ນີ້ເປັນການຂະຫຍາຍການດຳເນີນການທີ່ມີຄວາມຮັບຜິດຊອບ ແລະ ຍືນຍົງໃນອະນາຄົດຕະຫຼອດຫຼາຍປີທີ່ຜ່ານມາ.
ເມື່ອເຄື່ອງຈັກ Trent 7000 ຖືກຕິດຕັ້ງໃສ່ເຮືອບິນ Airbus A330neo, ຈະຊ່ວຍຊຸກຍູ້ໃຫ້ສາຍການບິນ Vietjetກ້າວຂຶ້ນສູ່ລະດັບເຕັກໂນໂລຊີທີ່ໃໝ່ ແລະ  ໂດດເດັ່ນເພື່ອເພີ່ມຄຸນນະພາບສາຍການບິນໃຫ້ມີປະສິດທິພາບຢ່າງຫຼວງຫຼາຍ ແລະ ໃນເວລາດຽວກັນ, ມັນຈະຊ່ວຍເພີ່ມຄວາມໜ້າເຊື່ອຖື ແລະ ປະສິດທິພາບໃນການດໍາເນີນງານເຊັ່ນດຽວກັນ.
3.    Vietjetເລືອກເຄື່ອງຈັກ Pratt & Whitney RTX ເພື່ອຂັບເຄື່ອນເຮືອບິນ A321neo ເພີ່ມຕື່ມອີກ 19 ລຳ,
Vietjetໄດ້ໃຊ້ສິດໃນການຊື້ເຮືອບິນ A321neo ທີ່ຂັບເຄື່ອນດ້ວຍ GTF ເພີ່ມອີກຈຳນວນ 19 ລຳ ຈາກບໍລິສັດ Pratt & Whitney, ບໍລິສັດໃນເຄຶອ RTX. ການເຄື່ອນໄຫວຍຸດທະສາດນີ້ຍັງລວມເຖິງຂໍ້ຕົກລົງການບໍລິການ ຂອງ EngineWise®. ສໍາລັບການບໍາລຸງຮັກສາເຄື່ອງຈັກ. ໃນພິທີລົງນາມໄດ້ຈັດຂຶ້ນລະຫວ່າງງານ Airshow, ເພື່ອຢືນຢັນການຮ່ວມມືຢ່າງຕໍ່ເນື່ອງລະຫວ່າງ ສາຍການບິນ Vietjetແລະ Pratt & Whitney.
Vietjetໝັ້ນໃຈຕໍ່ເຕັກໂນໂລຊີຂອງ Pratt & Whitney, ທີ່ເນັ້ນໜັກເຖິງປະສິດທິພາບດ້ານພະລັງງານ ແລະ ຜົນປະໂຫຍດດ້ານສິ່ງແວດລ້ອມຂອງເຮືອບິນທີ່ຂັບເຄື່ອນດ້ວຍ GTF. ດ້ວຍການຂະຫຍາຍຕົວນີ້ ຄວາມມຸ່ງໝັ້ນຂອງ Vietjetຕໍ່ກັບເຄື່ອງຈັກ GTF ໄດ້ເພີ່ມຂຶ້ນເປັນ 87 ລຳ ເພື່ອຮອງຮັບຂະບວນການບິນທີ່ນັບມື້ນັບຂະຫຍາຍຕົວ.
ເຄື່ອງຈັກ Pratt & Whitney GTF ຈະຖືກສະໜອງໃຫ້ Vietjetຊຶ່ງເປັນໜຶ່ງໃນເຄື່ອງຈັກທີ່ມີປະລິມານ ການໃຊ້ນໍ້າມັນ ແລະ ການປ່ອຍມົນລະພິດຕໍ່າທີ່ສຸດໃນພາກພື້ນ.
4.    Vietjetແລະ Safran ປະກາດການຮ່ວມມືຍຸດທະສາດກ່ຽວກັບອຸປະກອນຄວາມປອດໄພໃນເຮືອບິນ B737MAXVietjetແລະ Safran AeroSystems ປະກາດການຮ່ວມມືຍຸດທະສາດເພື່ອສະໜອງອຸປະກອນຄວາມປອດໄພ ໃຫ້ແກ່ເຮືອບິນ B737MAX ຂອງ Vietjet. ການຄັດເລືອກປະກອບດ້ວຍອົງປະກອບຄວາມປອດໄພທີ່ສໍາຄັນເຊັ່ນ: ເຮືອຊູຊີບ, ອຸປະກອນປ້ອງກັນລະບົບຫາຍໃຈ, ໜ້າກາກລູກເຮືອ, ເສື້ອຊູຊີບ ແລະ ໜ່ວຍງານບໍລິການ ສະໜັບສະໜູນທີ່ກ່ຽວຂ້ອງ.
ດ້ວຍການເອົາໃຈໃສ່ເຖິງເຕັກໂນໂລຊີທີ່ທັນສະໄໝ ແລະ ຄວາມໜ້າເຊື່ອຖື, Safran AeroSystems ຈະຍົກສູງມາດຕະຖານຄວາມປອດໄພທົ່ວການເຄື່ອນໄຫວຂອງ Vietjet. ຜະລິດຕະພັນ Safran AeroSystems ໄດ້ຖືກເລືອກເນື່ອງຈາກມີວິທີແກ້ໄຂບັນຫາໃໝ່ໆ ແລະ ຄວາມມຸ່ງໝັ້ນຂອງພວກເຂົາເພື່ອຄວາມເປັນເລີດ ໃນການອອກແບບອຸປະກອນຄວາມປອດໄພທີ່ທັນສະໄໝ.
ດ້ວຍເຮືອບິນກວ່າ 105 ລຳ ແລະ ການຂົນສົ່ງຜູ້ໂດຍສານເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງ, Vietjetຕັ້ງໃຈຂະຫຍາຍຕາໜາງການບິນໄປຫາຈຸດໝາຍປາຍທາງໃນທົ່ວຫວຽດນາມ, ອົສຕຣາລີ, ອິນເດຍ, ຈີນ, ຍີ່ປຸ່ນ, ເກົາຫຼີໃຕ້, ອິນໂດເນເຊຍ, ໄທ ແລະ ຈຸດໝາຍປາຍທາງລະຫວ່າງທະວີບ. ສາຍການບິນ Vietjetໄດ້ມຸ່ງໝັ້ນທີ່ຈະຈັດຫາ ປະສົບການການບິນທີ່ດີທີ່ສຸດໃນລາຄາທີ່ດີທີ່ສຸດໃຫ້ແກ່ຜູ້ໂດຍສານຂອງຕົນ ໂດຍຜ່ານການຮ່ວມມືຍຸດທະສາດ ກັບບັນດາຄູ່ຮ່ວມການບິນ ແລະ ເຕັກໂນໂລຊີຊັ້ນນໍາຂອງອຸດສາຫະກໍາໃນທົ່ວໂລກ.
  ໃນວັນທີ 25 ກຸມພາ ຜ່ານມາ, ສາຍການບີນ Vietjetເປີດຖ້ຽວບິນກົງລະຫວ່າງນະຄອນຫຼວງວຽງຈັນ ແລະ ນະຄອນໂຮ່ຈິມິນ 4 ຖ້ຽວຕໍ່ອາທິດ (ວັນຈັນ, ວັນພຸດ, ວັນສຸກ ແລະ ວັນອາທິດ) ເວລາເດີນທາງພຽງແຕ່ 1 ຊົ່ວໂມງ 45 ນາທີ ຊຶ່ງເປັນການເດີນທາງທີ່ສະດວກ ແລະ ຄຸ້ມຄ່າທີ່ສຸດ ພ້ອມທີ່ຈະໃຫ້ບໍລິການ ແລະ ຮອງຮັບໃຫ້ແກ່ຜູ້ໂດຍສານ ຈາກລາວ, ໂດຍສະເພາະຜູ້ທີ່ວາງແຜນທີ່ຈະເດີນທາງໃນໄລຍະວັນພັກທີ່ຈະມາເຖິງນີ້.ຂໍ້ມູນເພີ່ມຕື່ມທີ່ www.vietjetair.com
ຂ່າວ: ຕຸໄລເພັດ

ຄໍາເຫັນ

ຂ່າວການຮ່ວມມື

ໄຊສົມບູນ ແລະ ບັ໋ກນິງ ສະຫຼຸບວຽກງານຮ່ວມມື ໃນໄລຍະ 2021-2025 ແລະ ສຶບຕໍ່ຮ່ວມມື 2026-2030

ໄຊສົມບູນ ແລະ ບັ໋ກນິງ ສະຫຼຸບວຽກງານຮ່ວມມື ໃນໄລຍະ 2021-2025 ແລະ ສຶບຕໍ່ຮ່ວມມື 2026-2030

ໃນວັນທີ 18 ທັນວາຜ່ານມານີ້, ການນຳແຂວງໄຊສົມບູນ ແລະ ແຂວງບັ໋ກນິງ ສ.ສ ຫວຽດນາມ ໄດ້ຈັດກອງປະຊຸມສະຫຼຸບຂໍ້ຕົກລົງການຮ່ວມມືໄລຍະ 2021-2025 ແລະ ລົງນາມໃນສັນຍາຮ່ວມມື 2026-2030ຂຶ້ນ ທີ່ຫ້ອງວ່າການຄະນະກຳມະການປະຊາຊົນແຂວງບັ໋ກນິງ, ຝ່າຍແຂວງໄຊສົມບູນ ນຳໂດຍ ສະຫາຍ ພອຍຄຳ ຮຸ່ງບຸນຍວງ ເລຂາຄະນະບໍລິຫານງານພັກແຂວງ ພ້ອມດ້ວຍຄະນະ, ຝ່າຍແຂວງບັ໋ກນິງ ນຳໂດຍ ສະຫາຍ ຫງວຽນຮົ່ງໄທ ກໍາມະການສູນກາງພັກ ເລຂາຄະນະພັກແຂວງບັ໋ກນິງ ພ້ອມດ້ວຍຄະນະ.
ລັດຖະມົນຕີກະຊວງການຕ່າງປະເທດລາວ ເຂົ້າຢ້ຽມຂ່ຳນັບ ການນຳຂັ້ນສູງ ສສຫວຽດນາມ

ລັດຖະມົນຕີກະຊວງການຕ່າງປະເທດລາວ ເຂົ້າຢ້ຽມຂ່ຳນັບ ການນຳຂັ້ນສູງ ສສຫວຽດນາມ

ໃນວັນທີ 18 ທັນວາ 2025, ສະຫາຍ ທອງສະຫວັນ ພົມວິຫານ,ກຳມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນຈາກກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ ເຂົ້າຢ້ຽມຂ່ຳນັບການນຳຂັ້ນສູງຂອງສສ ຫວຽດນາມ ສອງສະຫາຍ ຕາມລຳດັບ ຄື: ສະຫາຍ ຟ້າມ ມິງ ຈິງ,ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ສະຫາຍ ເຈີ່ນ ແທັງ ເມີ້ນ, ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ,ໃນໂອກາດເຂົ້າຮ່ວມກອງປະຊຸມປຶກສາຫາລືດ້ານການເມືອງ ຂັ້ນລັດຖະມົນຕີລະຫວ່າງກະຊວງການຕ່າງປະເທດ ລາວ-ຫວຽດນາມ ຄັ້ງທີ 12, ທີ່ ນະຄອນຫຼວງ ຮ່າໂນ້ຍ, ສສ ຫວຽດນາມ.
ກະຊວງການຕ່າງປະເທດ ລາວ-ຫວຽດນາມປຶກສາຫາລືດ້ານການເມືອງ ຄັ້ງທີ 12 ທີ່ ນະຄອນຫຼວງຮ່າໂນ້ຍ

ກະຊວງການຕ່າງປະເທດ ລາວ-ຫວຽດນາມປຶກສາຫາລືດ້ານການເມືອງ ຄັ້ງທີ 12 ທີ່ ນະຄອນຫຼວງຮ່າໂນ້ຍ

ໂດຍຕອບສະໜອງຕາມຄຳເຊີນຂອງ ສະຫາຍ ເລ ຮວ່າຍ ຈຸງ, ເລຂາທິການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ. ຫວຽດນາມ, ສະຫາຍ ທອງສະຫວັນ ພົມວິຫານ, ກໍາມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນ ກະຊວງການຕ່າງປະເທດ ເດີນທາງຢ້ຽມຢາມ ແລະ ເຮັດວຽກ ທີ່ ສສ. ຫວຽດນາມ ເພື່ອເຂົ້າຮ່ວມກອງປະຊຸມປຶກສາຫາລື ດ້ານການເມືອງ ຂັ້ນລັດຖະມົນຕີ ຄັ້ງທີ 12 ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ-ຫວຽດນາມ ໃນວັນທີ 17-20 ທັນວາ 2025, ຊຶ່ງເປັນກົນໄກການຮ່ວມມືປົກກະຕິ ຂອງສອງກະຊວງ ທີ່ຜັດປ່ຽນກັນເປັນເຈົ້າພາບໃນທຸກໆປີ, ເພື່ອປຶກສາຫາລື ແລະ ແລກປ່ຽນຄຳຄິດຄຳເຫັນຕໍ່ບັນຫາຕ່າງໆແນໃສ່ປະກອບສ່ວນເຂົ້າໃນການເສີມຂະຫຍາຍ ແລະ ຮັດແໜ້ນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງ ລາວ ແລະ ຫວຽດນາມ, ກໍຄືລະຫວ່າງສອງກະຊວງການຕ່າງປະເທດ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.
ອົງການ WFP ຊ່ວຍສົ່ງເສີມວຽກງານໂພຊະນາການ ໃນ ສປປ ລາວ

ອົງການ WFP ຊ່ວຍສົ່ງເສີມວຽກງານໂພຊະນາການ ໃນ ສປປ ລາວ

ທ່ານ ນາງ ອິລດີໂກ ຮາໂມສ ຜູ້ຊ່ຽວຊານດ້ານການສື່ສານ ແລະ ການພົວພັນຂອງອົງການອາຫານໂລກ (WFP) ປະຈໍາ ສປປ ລາວ ໄດ້ໃຫ້ສາພາດຕໍ່ສື່ມວນຊົນໃນວັນທີ 18 ທັນວານີ້ວ່າ: ອົງການWFP ມີຍຸດທະສາດການວາງແຜນນໍາພາສື່ມວນຊົນລາວໄປເຄື່ອນໄຫວຢ້ຽມຢາມການຈັດຕັ້ງປະຕິບັດຂອງໂຄງການທີ່ໃຫ້ການສະໜັບສະໜັບຢູ່ຕ່າງແຂວງຂອງ ສປປ ລາວ ທຸກໆປີ, ເພື່ອໃຫ້ສື່ມວນຊົນໄດ້ນໍາເອົາຂໍ້ມູນໄປຈັດຕັ້ງຜັນຂະຫຍາຍໂຄສະນາໃຫ້ສັງຄົມໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງກວ້າງຂວາງກ່ຽວກັບຄວາມຄືບໜ້າການຈັດຕັ້ງປະຕິບັດໃນຕະຫຼອດໄລຍະຜ່ານມາ ແລະ ໃນຕໍ່ໜ້າ. ດັ່ງນັ້ນ, ອົງການອາຫານໂລກຈຶ່ງເຫັນໄດ້ວ່າສື່ມວນຊົນມີຄວາມສໍາຄັນຫຼາຍຢູ່ໃນວຽກງານຂອງອົງການອາຫານໂລກໃນ ສປປ ລາວ ເພື່ອເປັນຂົວຕໍ່ເຜີຍແຜ່ໂຄສະນາໃຫ້ປະຊາຊົນໄດ້ຮັບຮູ້-ເຂົ້າເຖິງຂໍ້ມູນ-ຂ່າວສານ ແລະ ເຫັນຄວາມສໍາຄັນໃນວຽກງານໂພຊະນາການ ແລະ ຄວາມໝັ້ນຄົງດ້ານອາຫານ. ພ້ອມນັ້ນ, ທັງໃຫ້ທົ່ວໂລກຮັບຮູ້ວ່າການລົງທຶນສະໜັບສະໜູນຊ່ວຍເຫຼືອຂອງອົງການອາຫານໂລກຢູ່ ສປປ ລາວ ເພື່ອໃຫ້ເຂົາເຈົ້າມີຄວາມໝັ້ນໃຈເຂົ້າມາຊ່ວຍເຫຼືອ ແລະ ລົງທຶນອີກຕໍ່ໄປ.
ອົດສະຕຣາລີ ສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມຢູ່ພາກໃຕ້ຂອງລາວ

ອົດສະຕຣາລີ ສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມຢູ່ພາກໃຕ້ຂອງລາວ

ແຕ່ວັນທີ14-19 ທັນວານີ້, ທ່ານນາງ ເມແກັນ ຈອນສ, ເອກອັກຄະລັດຖະທູດອົດສະຕຣາລີໄດ້ໄປຢ້ຽມຢາມບັນດາແຂວງພາກໃຕ້ເພື່ອຢືນຢັນຄຳໝັ້ນສັນຍາຂອງອົດສະຕຣາລີໃນການຮ່ວມມືກັບ ສປປ ລາວ ໃນຂະແໜງສຶກສາ, ການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສຄັ້ງທີ 5, ແລະ ການຮ່ວມມືດ້ານການພັດທະນາເສດຖະກິດສັງຄົມກັບ ສປປ ລາວ.
ຜົ້ງສາລີ ເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ ຄັ້ງທີ IX ທີ່ ແຂວງດຽນບ່ຽນ

ຜົ້ງສາລີ ເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ ຄັ້ງທີ IX ທີ່ ແຂວງດຽນບ່ຽນ

ວັນທີ 18 ທັນວາຜ່ານມານີ້, ຄະນະນຳແຂວງຜົ້ງສາລີ ພ້ອມດ້ວຍຄະນະສິລະປະ ວັນນະຄະດີ, ຄະນະນັກກິລາ ໄດ້ເດີນທາງເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ 3 ແຈປະເທດຄື: ລາວ, ຈີນ ແລະ ຫວຽດນາມ ຄັ້ງທີ IX ທີ່ແຂວງດຽນບ່ຽນ ແຫ່ງ ສສ ຫວຽດນາມ ເປັນເຈົ້າພາບ. ແຂວງຜົ້ງສາລີນຳໂດຍທ່ານ ອູ່ຄຳ ຕຸລາພັນ ກຳມະການປະຈຳພັກແຂວງ ຮອງປະທານຄະນະກຳມະການປົກຄອງແຂວງ, ພ້ອມດ້ວຍຄະນະນຳ ແລະ ພາກສ່ວນທີ່ກ່ຽວຂ້ອງຮ່ວມຕິດຕາມ. ພິທີຕ້ອນຮັບໄດ້ຈັດຂຶ້ນທີ່ຣິສອດຮີມລານ ໂດຍຕາງໜ້າຄະນະນຳແຂວງ ດຽນບ່ຽນອອກຕ້ອນຮັບໂດຍທ່ານ ຫງວຽນ ຮວາງຮຽບ ຮອງຫົວໜ້າພະແນກວັດທະນະທຳ ແລະ ທ່ອງທ່ຽວ ແຂວງດຽນບ່ຽນ ພ້ອມດ້ວຍຄະນະ.
ສະຖານທູດອົດສະຕຣາລີ ພົບປະ ພະແນກ ອຄ ເຊກອງ

ສະຖານທູດອົດສະຕຣາລີ ພົບປະ ພະແນກ ອຄ ເຊກອງ

ໃນວັນທີ 18 ທັນວາ 2025 ທີ່ແຂວງເຊກອງ, ທ່ານ ໄມໂຄ ຣີຣ່າ ເລຂານຸການໂທ, ຮັບຜິດຊອບວຽກງານການຄ້າ ແລະ ການລົງທຶນ ສະຖານທູດອົດສະຕາລີ ປະຈຳ ສປປ ລາວ ພ້ອມຄະນະ ໄດ້ເຂົ້າພົບປະຢ້ຽມຢາມ ແລະ ເຮັດວຽກ ຮ່ວມກັບ ພະແນກອຸດສາຫະກໍາ ແລະ ການຄ້າ (ອຄ) ແຂວງເຊກອງ ໂດຍການຕ້ອນຮັບ ຂອງທ່ານ ນາງ ວິລະຄອນ ບັນທະເວີ ຮອງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງ ແລະ ມີຂະແໜງການກ່ຽວຂ້ອງ ເຂົ້າຮ່ວມ.
ການລົງເລິກຮ່ວມມືລະຫວ່າງເມືອງມິດຕະພາບ ຢຸນນານ-ລາວ, ຂຽນໜ້າປະຫວັດສາດໃໝ່ພາຍໃຕ້ຄູ່ຮ່ວມຊະຕາກຳ

ການລົງເລິກຮ່ວມມືລະຫວ່າງເມືອງມິດຕະພາບ ຢຸນນານ-ລາວ, ຂຽນໜ້າປະຫວັດສາດໃໝ່ພາຍໃຕ້ຄູ່ຮ່ວມຊະຕາກຳ

ການຮ່ວມມືເມືອງມິດຕະພາບໄດ້ຮັບຜົນສໍາເລັດຕົວຈິງຜູກຈິດດ້ວຍໃຈ, ສາຍພົວພັນແບບອ້າຍນ້ອງ ຢຸນນານ-ລາວ ອັນເລິກເຊິ່ງ. ນັບຕັ້ງແຕ່ສ້າງຕັ້ງສາຍພົວພັນທາງການທູດເປັນຕົ້ນມາ, ຢຸນນານໄດ້ເສີມຂະຫຍາຍບົດບາດພິເສດ ແລະ ສຳຄັນໃນການຮ່ວມມື ຈີນ-ລາວ ຢ່າງຫ້າວຫັນ, ຊຸກຍູ້ໃຫ້ການສ້າງຄູ່ຮ່ວມຊະຕາກຳ ຈີນ-ລາວ ຢັ່ງຮາກເລິກ ແລະ ແຕກດອກອອກຜົນ. ຜ່ານການພົວພັນເມືອງມິດຕະພາບສາກົນ, ສອງຝ່າຍໄດ້ເພີ່ມທະວີມິດຕະພາບລະຫວ່າງປະຊາຊົນ ແລະ ລົງເລິກການຮ່ວມມືບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດຢ່າງບໍ່ຢຸດຢັ້ງ, ຈົນຍາດໄດ້ຜົນສຳເລັດໃນຫຼາຍດ້ານເປັນຕົ້ນແມ່ນ ນະວັດຕະກຳດ້ານກົນໄກປັບປຸງປະຊາຄົມການບໍລິຫານແບບປະສານສົມທົບກັນໃຫ້ສົມບູນຂຶ້ນ.
ຫົວໜ້າ ຄຕພ ຕ້ອນຮັບເອກອັກຄະລັດຖະທູດຝຣັ່ງຄົນໃໝ່ ປະຈໍາ ສປປ ລາວ

ຫົວໜ້າ ຄຕພ ຕ້ອນຮັບເອກອັກຄະລັດຖະທູດຝຣັ່ງຄົນໃໝ່ ປະຈໍາ ສປປ ລາວ

ໃນວັນທີ 17 ທັນວານີ້, ທີ່ສໍານັກງານຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ), ທ່ານ ບຸນເຫຼືອ ພັນດານຸວົງ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານນາງ ເບ່ເນ່ດິກ ເດ່ຊັອງ(Bénédicte Deschamps), ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສາທາລະນະລັດ ຝຣັ່ງ ປະຈໍາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.
ຄະນະຜູ້ແທນ ໂຄສະນາອົບຮົມ 3 ແຂວງພາກເໜືອ ພົບປະແລກປ່ຽນບົດຮຽນຢູ່ແຂວງດຽນບຽນ

ຄະນະຜູ້ແທນ ໂຄສະນາອົບຮົມ 3 ແຂວງພາກເໜືອ ພົບປະແລກປ່ຽນບົດຮຽນຢູ່ແຂວງດຽນບຽນ

ວັນທີ 16 ທັນວານີ້, ຄະນະຜູ້ແທນ ຄະນະໂຄສະນາອົບຮົມ 3 ແຂວງພາກເໜືອຄື: ຫຼວງພະບາງ ອຸດົມໄຊ ແລະ ແຂວງຜົ້ງສາລີ, ນຳໂດຍ ທ່ານ ສົມຈິດ ສິງລໍຄຳ ຮອງຫົວຄະນະໂຄສະນາອົບຮົມແຂວງຫຼວງພະບາງ ເພື່ອເຄື່ອນໄຫວພົບປະແລກປ່ຽນບົດຮຽນ ກັບ ຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນ ແຂວງດຽນບຽນ ສສ ຫວຽດນາມ, ໂດຍໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ ດ້ວຍໄມຕີຈິດມິຕະພາບຈາກ ທ່ານ ລີລີ ຊ້າ ຮອງຫົວໜ້າຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນ ຄະນະບໍລິຫານງານພັກແຂວງດຽນບຽນ ພ້ອມດ້ວຍຄະນະ.
ເພີ່ມເຕີມ